ສຸກທຸກເປັນຂອງຄູ່ກັນ ແຕ່ຖ້າ...
182 views · Published 26 April 2013 · 2:41 · Indexed 9 October 2026
Channel: LanXang Siengkhene · 2013 · Entertainment
ຢູ່ໃນໂລກ ສຸກທຸກ ທັມມະດາ ໃດເກີດມາ ໄປຢ້ານ ສິ່ງນັ້ນໄດ້ ເພາະຂາດທຸກ ສຸກກໍ ດັບຫາຍໄປ ເພາະສອງສິ່ງ ຝັ້ນໄວ້ ໄປ່ຂາດກັນ ແຕ່ຫາກວ່າ ຢາກຢູ່ເຫນືອ ສຸກແລະທຸກ ທີ່ພັນຜູກ ກັນຢູ່ເລື້ອຍ ເປື້ອຍບໍ່ເປັນ ຂໍເຈົ້າຈົ່ງ ຝຶກປັນຍາ ບໍ່ຫວ່າງເວັ້ນ ຈົນກໍ່ເກີດ ກາຍເປັນ ຍານຂຶ້ນມາ ແລ້ວວັນນຶ່ງ ຫລືທັນໃດ ຍີ້ມອອກໄດ້ ສິ່ງທີ່ວ່າ ຂັດຂ້ອງໃຈ ໄດ້ຫາຍຫນີ ເພາະທີ່ແທ້ ເຮົານັ້ນເອງ ຕິດອັບປີ ແສງແລະສີ ມີບໍ່ອາດ ເຫັນໄດ້ເລີຍ ດັ່ງເຊນວ່າ ຫ່ານນັ້ນອອກ ແຕ່ດົນແລ້ວ ບໍ່ໄດ້ຢູ່ ໃນຂວດແກ້ວ ແຕ່ຢ່າງໃດ ໃຈເຮົາເອງ ທີ່ຖືກຂັງ ຢູ່ຂ້າງໃນ ພຽງເຮົາແຕ່ ໄຂໃຈ ຫ່ານອອກເລີຍ