ຍາກຫລືງ່າຍຢູ່ທີ່ໃຈ
101 views · Published 26 April 2013 · 2:22 · Indexed 9 October 2026
Channel: LanXang Siengkhene · 2013 · Entertainment
ໂອ້ນີ້ນໍ ໂລກຂອງເຮົາ ໃດໄຫວຫວັ່ນ ຈະສຸກສັນ ຫລືໃດ ໃຈມາກ່ອນ ຈະເສົ້າໂສກ ງຽບເຫງົາ ສຸດອາວອນ ກໍລົງບ່ອນ ຢູ່ທີ່ໃຈ ໃນຕົວເຮົາ ເວົ້າອີກຢ່າງ ຍາກເຫລືອ ທີ່ເຂົາວ່າ ຕ່າງລົງມາ ຢູ່ທີ່ໃຈ ໃຫ້ເປັນນັ້ນ ທໍາໃຈໄດ້ ທີ່ວ່າຍາກ ແສນຈາບັນ ກໍຫລຸດລັ່ນ ບັນເທົາໄປ ໃນທັນການ ເພາະທີ່ແທ້ ຍາກຫລືງ່າຍ ໃຫ້ເປັນໄປ ລ້ວນຕ່າງຢູ່ ທີ່ຈິດໃຈ ຂອງເຮົານີ້ ບໍ່ໄດ້ຢູ່ ທີ່ຂ້າງນອກ ຈັກກະດີ້ ຈຶ່ງໃຫ້ມີ ສຸກໄດ້ ໃຈຂອງເຮົາ