ສອງຟາກຝັ່ງແມ່ຂອງ
567 views · Published 2 April 2013 · 2:06 · Indexed 9 October 2026
Channel: LanXang Siengkhene · 2013 · Entertainment
ຫລາຍຮ້ອຍປີ ດີດັກ ຊັກກາຍໄປ ທຸກສິ່ງໄດ້ ຫມູນວຽນ ຜຽນເລື້ອຍມາ ເຖີງເຈັບຊໍ້າ ຣະກໍາໃຈ ຫ່ວນໄຫ້ຫາ ກໍເວລາ ນໍ້າຕາເຊົາ ເນົາຊື່ນຊົມ ແຕ່ເຫດໃດ ນໍ້າຕາຫລັ່ງ ສອງຝັ່ງຂອງ ຈຶ່ງຍັງນອງ ບໍ່ເຫືອດຫາຍ ມະລາຍສິ້ນ ສາຍເລືອດດຽວ ຍັງຢູ່ກັນ ຕ່າງແດນດິນ ດັ່ງສຽງແຄນ ບໍ່ໄດ້ຍິນ ຖວິນຫາກັນ ຈັກອີກຮອດ ຫລາຍຮ້ອຍປີ ປານໃດນໍ ຄວາມທຸກກໍ້ ຈະສາບສູນ ຈາກດິນນີ້ ສຽງແຄນຈະ ດັງກ້ອງ ມະໂຫຣີ ຊຸບຊີວີ ສອງຟາກຝັ່ງ ຫວັງນຶ່ງດຽວ