ປັຈຸບັນຂະນະ

411 views · Published 23 March 2013 · 2:29 · Indexed 9 October 2026

Channel: LanXang Siengkhene · 2013 · Entertainment

Watch on YouTube

ເວລານີ້ ເທົ່ານັ້ນ ທີ່ເຮົາມີ
ເວລາດີ ມີຄ່າ ໃນທັນໃດ
ເວລາຊົງ ຫມົດຕົວ ທົ່ວຫະໄທ
ເວລາໃຫ້ ຜ່ອນຄາຍ ໄດ້ຊື່ນຊົມ

ເພາະທີ່ແທ້ ນິຣັນກາລ ຢູ່ທີ່ນີ້
ຫາໄດ້ມີ ຢູ່ບ່ອນໃດ ໃຫ້ໄດ້ຫວັ່ນ
ຈຶ່ງບໍ່ຕ້ອງ ມົວຝາກຫວັງ ຄືນແລະວັນ
ທີ່ບໍ່ອາດ ເປັນຈິງໄດ້ ສົມໃຝ່ປອງ

ຫລຽວເບິ່ງແມ໋ ໃບໄມ້ ທີ່ຣ່ວງຫລົ່ນ
ຈັກບັນດົນ ມົນຂັງ ໃຫ້ຊໍ່າໃຈ
ກໍເພາະວ່າ ເວລານີ້ ທີ່ສວັນໃຫ້
ຈຶ່ງໃຫ້ໄດ້ ມີສຸກສັນ ຫມັ້ນນິຣັນ

More from this channel