ໂລກຄືແວ່ນແຍງຕົວເຮົາເອງ
162 views · Published 25 April 2013 · 2:42 · Indexed 9 October 2026
Channel: LanXang Siengkhene · 2013 · Entertainment
ເຮົາສັນໃດ ໂລກກໍຫາກ ເປັນສັນນັ້ນ ຫາກໂສກສັນ ໂລກບໍ່ອາດ ເປັນອື່ນໄດ້ ເພາະໂລກພຽງ ເປັນແວ່ນແຍງ ແສງນໍາໄປ ເຮົາສັນໃດ ກໍສະທ້ອນອອກ ບອກຕາມຈິງ ຫາກເຮົາເປັນ ຄົນມີໃຈ ໃສສະອາດ ກໍສາມາດ ເຫັນແສງສີ ມີທົ່ວໄປ ໂລກງາມຫນັກ ປະຈັກ ໃຫ້ເຫັນໄດ້ ດັ່ງຟ້າໃຫ້ ປະທານມາ ພາຊື່ນຊົມ ຈຶ່ງເປັນວ່າ ໂລກງາມຫລື ຢູ່ທີ່ເຮົາ ຢ່າໄດ້ເຝົ້າ ມົວແກ້ຕົວ ວ່ານັ້ນນີ້ ເລີ້ມຈາກຕົນ ເປັນຄົນມີ ໃຈຜ່ອງສີ ກໍສຸກຂີ ມີໃຫ້ໄດ້ ໃສອອກມາ