ຊີວິດຄືຊີວາ

128 views · Published 19 March 2013 · 2:19 · Indexed 9 October 2026

Channel: LanXang Siengkhene · 2013 · Entertainment

Watch on YouTube

ຊີວິດຄື ສິ່ງທີ່ ເຫນັງຕີງຢູ່
ຈຶ່ງງາມຫຣູ່ ອອກມາ ໃຫ້ເຫັນໄດ້
ຖ້າບໍ່ຊັ໋ນ ກໍພຽງ ແຕ່ຢູ່ໄປ
ດັ່ງວ່່າໄຮ້ ຊີວິດ ແລະຊີວາ

ມະເຮົາມາ ເຮັດຫຍັງ ໃຫ້ມັນເດ່ນ
ໃຫ້ມັນເປັນ ສຸດຝີມື ຂອງເຮົານີ້
ແລ້ວສິ່ງນັ້ນ ຈະກໍ່ເກີດ ເປັນຊີວີ
ສ້າງສຸກຂີ ໃຫ້ເຮົາໄດ້ ສົມໃຝ່ປອງ

ແລະກໍເພາະ ຊີວິດ ຄືຊີວາ
ຈຶ່ງຫັນສາ ກັບທຸກສິ່ງ ໄດ້ທັງນັ້ນ
ເຮັດໄປເລື້ອຍ ບໍ່ເມື່ອຍ ໃຫ້ໂສກສັນ
ແລ້ວຈັກວັນ ຊີວັນ ສວັນເຮົາ

More from this channel