ເຫັນແສງໄຟ

594 views · Published 20 October 2013 · 2:41 · Indexed 9 October 2026

Channel: LanXang Siengkhene · 2013 · Entertainment

Watch on YouTube

ເຫັນແສງໄຟ ຮູ່ງແຈ້ງ ແສງຣະຍັບ
ຢາກເອົາມາ ປະດັບ ແຜ່ນດິນແມ່
ເຈົ້າຄົງຈະ ອອກຈາກ ມືດດໍາແຫລ້
ບໍ່ຈົມແປ້ ຢູ່ກັບ ຫລັບມືດມົນ

ຫລາຍຮ້ອຍປີ ແລ້ວເດ ເຊທາງເດີນ
ດັ່ງຟ້າເມີນ ປິດບັງ ທາງດີໄວ້
ທາງທີ່ບໍ່ ຫມົ້ນໄປ ດັ່ງຫລັບໄຫລ
ທາງທີ່ໃສ ສວ່າງແຈ້ງ ແຮງສັດທາ

ຄິດວ່າຄົງ ຈັກມີວັນ ຟ້າເຫັນໃຈ
ໃຫ້ບ້ານໄດ້ ສວ່າງສໄຫວ ດັ່ງເຂົາອື່ນ
ລົບຄວາມຊໍ້າ ທ່ມີມາ ແສນຍາວຍືນ
ເອົາຂົ່ມຂືນ ສະອື້ນ ກືນຫາຍໄປ

More from this channel